ແຕ່ອະດີດມາຈົນເຖິງປະຈຸບັນທ່ານໄດ້ເຮັດທຸລະກິດເຄືອຂ່າຍມາຈັກບໍລິສັດແລ້ວ?, ທ່ານຫລົ້ມເຫລວຫລືປະສົບຜົນສຳເລັດ, ຖ້າຫາກທ່ານກຳລັງອ່ານບົດນີ້ຢູ່ຂ້າພະເຈົ້າຂໍເດົາເອົາວ່າ: ທ່ານກຳລັງຫລົ້ມເຫລວຫລືຢູ່ໃກ້ຄວາມຫລົ້ມເຫລວ, ເພາະບໍ່ມີເຫດຜົນໃດທີ່ນັກທຸລະກິດເຄືອຂ່າຍປະສົບຜົນສຳເລັດຈະເສຍເວລາອ່ານແມ່ນບໍ່?, ແລະກະເຊື່ອທ່ານກຳລັງປະສົບເຄາະກຳອັນດຽວກັນກັບຂ້າພະເຈົ້າໃນອະດີດ. ລອງມາວິເຄາະສິ່ງທີ່ຂ້າພະເຈົ້າຂຽນຂ້າງລຸ່ມນີ້ວ່າຖືກຫລືບໍ່:
I. ຂາດຜູ້ນຳທີ່ໃຫ້ຄຳປຶກສາທີ່ດີ: ທ່ານຮູ້ບໍ່ວ່າການເຮັດເສິກສົງຄາມແມ່ທັບແມ່ນຫົວໃຈສຳຄັນທີ່ຂາດບໍ່ໄດ້, ທ່ານເຄີຍເບິ່ງໜັງຈີນບໍ່? ເວລາຕໍ່ສູ້ກັນເຂົາມັກແນເປົ້າໄປໃສ່ແມ່ທັບ, ແມ່ທັບຕາຍກອງທັບແຕກ. ການເຮັດທຸລະກິດເຄືອຂ່າຍບໍ່ແຕກຕ່າງກັນ, ເຊິ່ງຕ້ອງມີກົນລະຍຸດແລະມີການວາງແຜນຢ່າງລະອຽດຮອບຄອບກ່ອນລົງມື. ມີ 2 ວິທີທີ່ຜູ້ນຳທ່ານຈະແນະນຳວິທີການໃນການເຮັດທຸລະກິດເຄືອຂ່າຍຫລັກໆຄື: ແບບອອນລາຍແລະແບບອອບຟ໌ລາຍ.
ວິທີທີ 1 ຜູ້ນໍາຂອງທ່ານແນະນຳໃຫ້ເຮັດແບບອອບຟ໌ລາຍ(ແລະກໍ່ເປັນວິທີທີ່ແນະນຳກັນແຜ່ຫລາຍ): ແບບອອບຟ໌ລາຍເປັນວິທີທີ່ງ່າຍໃນການເຮັດ(ສ່ວນໝາກຜົນຂອງວິທີນີ້, ທ່ານທີ່ຢູ່ໃນວົງການນີ້ຄົງຈະຮູ້ແຈ້ງ), ບໍ່ຈຳເປັນທີ່ທ່ານຕ້ອງມີຄວາມຮູ້ແລະເຕັກນິກຫລວງຫລາຍກໍ່ສາມາດເຮັດໄດ້, ຂໍພຽງແຕ່ໃນເຮືອນຂອງທ່ານມີປຶ້ມຫລືເຈ້ຍແລະບິກກໍ່ເທົ່ານັ້ນ: ລິດລາຍຊື່ຄົນທີ່ຮູ້ຈັກອອກມາ, ເຂົາຈະຖາມທ່ານວ່າດຽວນີ້ທ່ານມີຄົນຮູ້ຈັກກັບເພື່ອນ 5 ຄົນ, ມີເບີໂທເຂົາບໍ່? ເຂົາຈະແນະນຳໃຫ້ໂທຊວນເປີດໂອກາດທາງທຸລະກິດເລີຍ, ແລ້ວກໍ່ອະທິບາຍວ່າຈາກ 5 ຄົນນີ້, ເຂົາກໍ່ໄປຊອກອີກ 5 ຄົນເປັນ 25 ຄົນ ແລະ 25 ຄົນ ກໍ່ເພີ່ມຂຶ້ນຕາມກົດທະວີຄູນ, ຟັງແລ້ວງ່າຍໆ, ມີບາງຄົນເຂົາແນະນຳວ່າມີຂັ້ນຕອນໃນການຂຶ້ນຕຳແໜ່ງແລະປະສົບຜົນສຳເລັດງ່າຍໆ, ຢາກຖາມຄືນວ່າມັນງ່າຍແທ້ວ່າ?, ຫລືເປັນຄຳເວົ້າທີ່ເກີນຈິງ, ຄັນງ່າຍເປັນຫຍັງນັກທຸລະກິດເຄືອຂ່າຍຈຶ່ງຕາຍເອົາຕາຍເອົາ(ຕາຍອອກຈາກທຸລະກິດ), ແລະທ່ານເຄີຍໝາຍເຫດແລ້ວຖາມຕົວເອງບໍ່ວ່າ 5 ຄົນທີ່ທ່ານແນະນຳເຂົາ, ເຂົາສະໝັກກັບທ່ານໝົດທຸກຄົນເລີຍບໍ່, ຫລືເຂົາບໍ່ສະໝັກນຳຈັກຄົນເລີຍ, ຜ່ານໄປ 10 ຄົນແລ້ວທ່ານກໍ່ຍັງຊວນເຂົ້າຮ່ວມທຸລະກິດບໍ່ໄດ້. ແລະທ່ານຮູ້ບໍ່ວ່າທ່ານແມ່ນຄົນທີເທົ່າໃດທີ່ຊວນເຂົາເຂົ້າຮ່ວມທຸລະກິດແບບນີ້(ທ່ານອາດຈະເປັນຄົນທີ 100 ໄປແລ້ວ), ຜູ້ນັ້ນມາຊວນວ່າເຮັດ 3 ປີແລ້ວຊິຮັ່ງມີ, ຜູ້ນີ້ມາຊວນວ່າເຮັດ 5 ປີແລ້ວຊິສຳເລັດແລະສຸດທ້າຍມີຄົນຈຳນວນນ້ອຍໜ້ອຍທີ່ສຳເລັດ, ຖາມວ່າເຂົາເຊື່ອບໍ່? ຕອບ: ບໍ່. ແລ້ວທ່ານຈະຊອກສະມາຊິກໃຫ້ໄດ້ຕາມເປົ້າໝາຍທີ່ວາງອອກໄດ້ບໍ່? ທີ່ສຳຄັນຄົນທີ່ທ່ານຊວນເຂົ້າຮ່ວມທຸລະກິດນຳເຂົາເຮັດໄດ້ບໍ່, ຫລືທ່ານກໍາລັງປ່ອຍໃຫ້ເຂົາລອຍຫລິ້ນຢູ່ທະເລກວ້າງ.